ໜ່ວຍຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ໄດ້ສ້າງຂະບວນການອອກແຮງງານລວມ

  • ໜ່ວຍຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ໄດ້ສ້າງຂະບວນການອອກແຮງງານລວມ ອະນາໄມຂອບເຂດບໍລິເວນ ສວນສາທາລະນະ ຫໍຫຼັກເມືອງ ໃນຕອນບ່າຍຂອງວັນທີ 30 ເມສາ 2024 ນີ້ໂດຍການນຳພາຂອງສະຫາຍ ເຍ່ຍຊົ່ງ ຫວັງທ່າວ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງໄຊສົມບູນ ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາ-ຮອງເລຂາຮາກຖານ, ໜ່ວຍຊາວໜຸ່ມ ພ້ອມດ້ວຍ ບັນດາສະມາຊິກຊາວໜຸ່ມຈາກພະແນກການ, ອົງການ,ກົມກອງ ອ້ອມຂ້າງ ເຂົ້າຮ່ວມຢ່າງ ເປັນຂະບວນການຟົດຟື້ນ.
  • ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ແມ່ນໄດ້ພ້ອມກັນອະນາໄມເກັບຂີ້ເຫຍື້ອ, ຕັດຫຍ້າ, ຫຼົກຫຍ້າ ແລະ ຈີ້ມສວນດອກໄມ້ ໃນຂອບເຂດສວນສາທາລະນະ ຫໍຫຼັກເມືອງ ຊຶ່ງແຕ່ລະຄົນຕ່າງກໍໄດ້ພ້ອມກັນຕັ້ງໃຈ ເອົາໃຈໃສ່ໃນການອອກແຮງງານ ດ້ວຍຄວາມຮັບຜິດຊອບສູງ ຈົນເຮັດໃຫ້ການອອກແຮງງານຄັ້ງນີ້ສຳເລັດ.

  • ໃນໂອກາດນີ້ ທ່ານ ເຍ່ຍຊົ່ງ ຫວັງທ່າວ ໄດ້ໃຫຮູ້ວ່າ : ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນຕ້ອນຮັບວັນສຳຄັນຕ່າງໆຂອງພັກຂອງຊາດ ໂດຍສະເພາະກໍເພື່ອຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024 ຂອງແຂວງໄຊສົມບູນ ທີ່ຈະມາເຖິງໃນຕໍ່ໜ້ານີ້ ໃຫ້ເປັນຂະບວນການຢ່າງຟົດຟື້ນ ແລະ ມີຄວາມໝາຍ ຄວາມສຳຄັນ ນອກຈາກນີ້ ຍັງເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຮັດແໜ້ນ ຄວາມສາມັກຄີ ຂອງສະມາຊິກຊາວໜຸ່ມພາຍໃນແຂວງໃຫ້ມີຄວາມ ແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການອະນາໄມຂອບເຂດຫໍຫຼັກເມືອງ ໃຫ້ມີຄວາມສະອາດຈົບງາມ ເພື່ອຕ້ອນຮັບແຂກຄົນ ທີ່ຈະເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ເພາະວ່າຫໍຫຼັກເມືອງແຫ່ງນີ້້ ເປັນມິ່ງຂວັນຂອງຊາວ ແຂວງໄຊສົມບູນ, ເປັນບ່ອນກາບໄຫວ້ ສັກກະລະບູຊາ ຂອງປວງຊົນລາວບັນດາເຜົ່າ, ແລະ ຍັງເປັນສະຖານທີ່ພັກຜ່ອນຢ່ອນອາລົມ, ເປັນບ່ອນຢ່າງອອກກຳລັງກາຍ ແລະ ເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງ ໃຫ້ແກ່ແຂກຄົນທີ່ມາທ່ຽວຊົມ ແລະ ຢຽມຢາມ ແຂວງໄຊສົມບູນຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa