ແຂວງໄຊສົມບູນ ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງ ແຂວງໄຊສົມບູນ ຄົບຮອບ 10 ປີ ( ວັນທີ 13 ທັນວາ 2013- 13 ທັນວາ 2023 ) ໃນຕອນເຊົ້າຂອງວັນທີ 8 ມັງກອນ ນີ້ ທີ່ເດີ່ນກິລາແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີການນໍາສູນກາງ, ການນໍາແຂວງ, ບັນດາຜູ້ຕາງໜ້າຈາກ 5 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ, ແຂວງຫຼວງພະບາງ ແລະ ແຂວງຫົວພັນ ພ້ອມດ້ວຍ ການນຳຈາກແຂວງເຊິນລາ ແລະ ແຂວງບັ໋ກຢ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ອາດີດການນຳແຂວງ, ພະນັກງານບໍານານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ຍົາວະຊົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

ກ່ອນເຂົ້າພິທີ ໄດ້ຮັບຊົມການສະແດງສິລະປະວັນ-ວັນນະຄະດີ ຈາກສູນວັດທະນະທຳເດັກ, ກອງບັນຊາການທະຫານແຂວງ ແລະ ຮ້ອງເພງຈາກກອງພັນໃຫຍ່ 101 ຈາກນັ້ນ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ຂຶ້ນປາໄສຕໍ່ພິທີວ່າ: ຕະຫຼອດໄລຍະ 10 ປີ ຜ່ານມາ ອົງຄະນະພັກ, ອົງການປົກຄອງ ແຂວງໄຊສົມບູນ ໄດ້ເອົາໃຈໃສ່ພັດທະນາແຂວງ ຢ່າງຕັ້ງໜ້າ ໂດຍຖືເອົາການສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປອງດອງເປັນວຽກງານກົກ, ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຂອງປະຊາຊົນ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນບັນຫາຕັດສິນ, ຖືເອົາການພັດທະນາເສດຖະກິດເປັນໃຈກາງ ໂດຍສະເພາະແມ່ນສຸມໃສ່ກໍ່ສ້າງຕົວເມືອງ ແລະ ການພັດທະນາພື້ນຖານໂຄງລ່າງທາງດ້ານເສັ້ນທາງຄົມມະນາຄົມ ມາຮອດປີ 2019 ລັດຖະບານໄດ້ອອກດຳລັດ 414/ລບ ເພື່ອສຸມໃສ່ພັດທະນາ ແຂວງໄຊສົມບູນ ໂດຍສຸມໃສ່ພັດທະນະຕາມ 5 ທ່າແຮງຂອງແຂວງ ເຊັ່ນ: ດ້ານກະສິກຳ, ທ່ອງທ່ຽວ, ໄຟຟ້າ, ບໍ່ແຮ່ ແລະ ເປັນໃຈກາງທາ່ງຜ່ານ ເຮັດໃຫ້ແຂວງ ໄດ້ຮັບການພັດທະນາຢ່າງຮອບດ້ານ, ເສດຖະກິດ-ສັງຄົມຂອງ ແຂວງ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ຖ້າທຽບໃສ່ປີ 2014 ຕອນສ້າງຕັ້ງແຂວງໃໝ່ໆເຫັນວ່າລື່ນຫຼາຍເທົ່າຕົວ, ບັນຫາພົ້ນເດັ່ນທີ່ສຸດ ແມ່ນສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ປະຊາຊົນບັນດາເຜົ່າໄດ້ມີຄວາມຕື່ນຕົວສູງຂຶ້ນກວ່າເກົ່າ ເປັນເຈົ້າການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເຂົ້າຮ່ວມວຽກງານ ປກຊ-ປກສ, ເປັນເຈົ້າການທຳການຜະລິດປູກຝັງ-ລ້ຽງສັດ, ຄ້າຂາຍ, ເຮັດການບໍລິການ ແລະ ອື່ນໆ ເພື່ອປັບປຸງຍົກລະດັບຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນເທື່ອລະກ້າວ ເຮັດໃຫ້ເສດຖະກິດຂະຫຍາຍຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ສະເລ່ຍບໍ່ຫຼຸດ 7% ຕໍ່ປີ, ສະເພາະປີ 2023 ຄາດຄະເນຂະຫຍາຍຕົວໃນລະດັບ 7,5%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 300 ກວ່າຕື້ກີບ, ສະເລ່ຍຕໍ່ຫົວຄົນປະມານ 23 ລ້ານກວ່າກີບ/ຄົນ/ປີ, ການຈັດເກັບລາຍຮັບເຂົ້າງົບປະມານ ເພີ່ມຂຶ້ນທຸກໆປີ, ສໍາລັບການລົງທຶນພາຍໃນ ແລະ ຕ່າງປະເທດ ປັດຈຸບັນມີ 111 ໂຄງການ, ປັດຈຸບັນ ທົ່ວແຂວງຍັງມີຄອບຄົວທຸກຍາກປະມານ 2.000 ກວ່າຄອບຄົວ, ມີບ້ານພັດທະນາ 19 ບ້ານ ແລະ ວຽກງານດ້ານອື່ນໆ ກໍໄດ້ມີການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ. ພ້ອມດຽວກັນນີ້ ຕ່າງໜ້າການນໍາ ສສ ຫວຽດນາມ ໄດ້ຂຶ້ນມີຄຳເຫັນ ຕໍ່ພິທີ ຊຶ່ງໄດ້ສະແດງ ຄວາມຊົມເຊີຍຕໍ່ການພັດນາແຂວງໄຊສົມບູນ ໃນໄລຍະຜ່ານມາ ພ້ອມທັງ ຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ລັດ ຫວຽດນາມ-ລາວ ລາວຫວຍດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa