ແຂວງໄຊສົມບູນໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 31 ທັນວາ 2013 ເປັນແຂວງທີ 18 ຂອງ ສປປ ລາວ, ຕັ້ງຢູ່ພາກກາງ ຂອງປະເທດເຮົາ, ມີຊາຍແດນຕິດກັບແຂວງຊຽງຂວາງ, ບໍລິຄຳໄຊ, ວຽງຈັນ ແລະ ແຂວງຫຼວງພະບາງ, ເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ, ປະກອບມີ 5 ເມືອງ ຄື: ເມືອງອານຸວົງ, ເມືອງຮົ່ມ, ເມືອງທ່າໂທມ, ເມືອງລ້ອງຊານ ແລະ ເມືອງລ້ອງແຈ້ງ, ມີພົນລະເມືອງທັງໝົດປະມານ 000 ກວ່າຄົນດໍາລົງຊີວິດ ຢູ່ຮ່ວມກັນ.

ເນື່ອງໃນໂອກາດວັນສ້າງຕັ້ງແຂວງໄຊສົມບູນ ຄົບຮອບ 10 ປີ ( ວັນທີ 31 ທັນວາ 2013 – ວັນທີ 31 ທັນວາ 2023 ) ຜູ້ຂຽນໄດ້ມີໂອກາດສໍາພາດ ທ່ານ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານການເມືອງ – ແນວຄິດ ຂອງແຂວງໃນໄລຍະຜ່ານມາ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໃນຊຸມປີທໍາອິດ ຂອງການສ້າງຕັ້ງແຂວງ ແລະ ກ່ອນສ້າງຕັ້ງແຂວງໄຊສົມບູນນັ້ນ ແມ່ນມີຄວາມຫຍຸ້ງຍາກຫຼາຍ, ສະພາບການພັດທະນາເສດຖະກິດ – ສັງຄົມ ຂະຫຍາຍຕົວຊ້າຫຼາຍ, ເນື່ອງຈາກບັນຫາພື້ນຖານໂຄງລ່າງຍັງບໍ່ທັນທະລຸໂລ່ງ ບວກກັບສະພາບຄວາມບໍ່ສະຫງົບ ຈຶ່ງເຮັດໃຫ້ປະຊາຊົນມີແນວຄິດຄອນແຄນ, ມີຄວາມລັງເລບໍ່ກ້າອອກໄປເຮັດການຜະລິດ, ຕໍ່ສະພາບດັ່ງກ່າວນັ້ນ, ຄະນະພັກ – ອົງການປົກຄອງແຕ່ລະຂັ້ນ ໄດ້ຖືເອົາວຽກງານການເມືອງ – ແນວຄິດ ເປັນສໍາຄັນ, ເປັນວຽກກົກ, ນໍາເອົາມູນເຊື້ອ ຂອງຊາດ, ຂອງພັກ, ຂອງຜູ້ນໍາ ໄປໂຄສະນາສຶກສາອົບຮົມພະນັກງານ – ສະມາຊິກພັກ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເພື່ອເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ນໍ້າໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍເຮັດເປັນປົກກະຕິ ແລະ ຕໍ່ເນື່ອງ, ໄປຄຽງຄູ່ກັນນັ້ນ ພັກ – ລັດ ກໍໄດ້ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງຢ່າງຕັ້ງໜ້າ, ພ້ອມນັ້ນ ພາກສ່ວນກ່ຽວຂ້ອງ ກໍໄດ້ເປັນເຈົ້າການປຸກລະດົມຊຸກຍູ້ນໍາພາ – ຊີ້ນໍາ ປະຊາຊົນເຮັດການຜະລິດຢ່າງຈິງຈັງ, ຜ່ານການເຄື່ອນໄຫວວຽກງານດ້ວຍຄວາມຕັ້ງໜ້າ ຈຶ່ງເຮັດໃຫ້ເສດຖະກິດ – ສັງຄົມ ຂອງແຂວງໄດ້ຮັບການພັດທະນາຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ນັບຕັ້ງແຕ່ມື້ສ້າງຕັ້ງແຂວງ ມາຮອດປັດຈຸບັນ ກໍຄົບຮອບ 10 ປີ ເຫັນວ່າແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ທົ່ວແຂວງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ພະນັກງານ – ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າມີຄວາມເປັນເອກະພາບສູງ ຕໍ່ກັບແນວທາງນະໂຍບາຍ ຂອງພັກ – ລັດ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາ ຂອງພັກ ແລະ ການຄຸ້ມຄອງ ຂອງລັດ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ຄອບຄົວທຸກຍາກໄດ້ຮັບການແກ້ໄຂຫຼຸດລົງເທື່ອລະກ້າວ

ໃນໂອກາດນີ້ ທ່ານຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໃຫ້ຮູ້ອີກວ່າ: ຄະນະໂຄສະນາອົບຮົມແຂວງ ໃນຖານະເປັນອົງການເສນາທິການໃຫ້ຄະນະປະຈໍາພັກແຂວງ ໃນວຽກງານການເມືອງ – ແນວຄິດ, ພວກເຮົາໄດ້ເປັນເຈົ້າການຂຶ້ນແຜນການຈັດຕັ້ງໂຄສະນາ – ປາຖະກະຖາ, ເຜີຍແຜ່ວັນສໍາຄັນ ຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ, ສະພາບການພົ້ນເດັ່ນ ກໍຄື ບັນດາມະຕິ, ຄໍາສັ່ງຕ່າງໆ ເປັນປົກກະຕິ, ນອກຈາກນັ້ນ ກໍໄດ້ຫັນລົງຮາກຖານ ໂດຍສະເພາະ ເຂດຫ່າງໄກສອກຫຼີກ ເພາະເຂົາເຈົ້າເດີນທາງມາຫາພວກເຮົາຫຍຸ້ງຍາກ, ການລົງໄປໂຄສະນາສຶກສາອົບຮົມນັ້ນ ກໍໄດ້ສ້າງເອກະສານທີ່ເໝາະສົມກັບເປົ້າໝາຍຕ່າງໆ, ພ້ອມນັ້ນ ພະນັກງານຜູ້ຖືກມອບໝາຍ ລົງໄປເຮັດວຽກກໍໄດ້ຄົ້ນຄວ້າເຊື່ອມຊຶມກໍາແໜ້ນບັນດາເນື້ອໃນ ຂອງເອກະສານຢ່າງເລິກເຊິ່ງ ເພື່ອຮັບປະກັນໃຫ້ການໂຄສະນາສຶກສາອົບຮົມໄດ້ຮັບຜົນດີ.

ຂຽນໂດຍ: ສິດນ້ອຍ ນາມມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa