
ພິທີ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຢູ່ແຂວງໄຊສົມບູນ
ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (ວັນທີ 22 ມີນາ 1955 ) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ( ວັນທີ 21 ມີນາ 1946-21 ມີນາ 2026 ) ໃນຕອນເຊົ້າຂອງວັນທີ 18 ມີນາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມ ຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະຄະນະກຳມະການປົກຄອງ ແຂວງ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຊຶ່ງໄດ້ຍົກໃຫ້ເຫັນເຖິງມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງການຕໍ່ສູ່ປົດປ່ອຍປະເທດຊາດ ແລະ ການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສຂອງພັກ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ຊຶ່ງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຢູ່ເຂດຖານທີ່ໝັ້ນປະຕິວັດແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາສູງສຸດຂອງພັກ, ໄດ້ກໍາເນີດຂຶ້ນທາມກາງແປວໄຟຂອງສົງຄາມ, ຕໍ່ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ, ພັກໄດ້ນຳພາປວງຊົນລາວທັງຊາດ ປົດປ່ອຍປະເທດຊາດ, ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສາມາດລຶບລ້າງລະບອບສັກດີນາ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ນັບແຕ່ນັ້ນມາ ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນເຈົ້າຂອງປະເທດຊາດ ທີ່ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ, ເປັນແກນນໍາໃນລະບົບການເມືອງ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ, ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງ ຍົກລະດັບດີຂຶ້ນເປັນກ້າວໆ.

ຈາກນັ້ນ ທ່ານ ທອງວັນ ທຳມະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ກໍໄດ້ປາຖະກະຖາຫວນຄືນມູນເຊື້ອວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ເມື່ອຫວນຄືນກ່ອນໜ້ານີ້ 80 ປີ ຄື: ວັນທີ 21 ມີນາ ປີ 1946 ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນ ໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ, ເຫດການສຳຄັນທີ່ຄົນລາວບໍ່ອາດລືມລົງໄດ້ ນັ້ນແມ່ນເຫດການທີ່ນັກຮົບປ້ອງກັນຕົວເມືອງທ່າແຂກ, ແຂວງຄໍາມ່ວນ, ບັນດານັກຮົບພິລະອາດຫານ ໄດ້ອຸທິດຕົນເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອຕໍ່ສູ້ຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ, ເຮັດໃຫ້ບັນດານັກຮົບປະຕິວັດຫຼາຍທ່ານໄດ້ຮັບບາດເຈັບເສຍອົງຄະ ແລະ ເສຍຊີວິດ ເຫດການຄັ້ງນັ້ນ ພວກລ່າເມືອງຂຶ້ນແບບເກົ່າ ໄດ້ເຂັ່ນຂ້າປະຊາຊົນລາວ ຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ ໂຫດຮ້າຍປ່າເຖື່ອນ ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນໍາກັນລະຫວ່າງ 2 ຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ໄດ້ພ້ອມກັນຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈຳນົນ ຕ້ານພວກຈັກກະພັດຕ່າງດ້າວ ທີ່ເຂົ້າມາຮານລາວ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ.